ການບໍລີການ

1. ການບໍລິການ: ໂອນເງິນພາຍໃນປະເທດ
ຄຸນລັກສະນະ: 
ເປັນການບໍລິການ​ໂອນ​ເງິນ​ທີ່ຜູ້​ໂອນເງິນ ຫຼື ຜູ້ຮັບເງິນ ​​ມີບັນຊີ ຫຼື​ ບໍ່​ມີ​ບັນຊີກັບ ທສກ ​ສາມາດ​ໂອນ​ເງິນ​ໃຫ້​ກັບ​ຍາດພີ່ນ້ອງ, ໝູ່ຄູ່ ​ແລະ ຄູ່​ຄ້າຂາຍ ເພື່ອຊຳລະຄ້າສິນຄ້າ ຫຼື ບໍລິການ, ທສກ ສະໜອງການບໍລິການໂອນເງິນ ລະຫວ່າງບັນຊີໃນເຄືອຂ່າຍຂອງ ທສກ, ໂອນໄປທະນາຄານອື່ນ, ໂອນເງິນສົດໂດຍທີ່ຜູ້ໂອນ ແລະ ຜູ້ຮັບບໍ່ມີບັນຊີເງິນຝາກຢູ່ ທສກ (ໂອນລອຍ).
ຜົນປະໂຫຍດທີ່ໄດ້ຮັບ:
  • ຮັບປະກັນຄວາມປອດໄພສູງ.
  • ປະຢັດເວລາ ແລະ ຄ່າໃຊ້ຈ່າຍ.
  • ຂັ້ນຕອນການໂອນງ່າຍ, ​ສະດວກ ​ແລະ​ ວ່ອງ​ໄວ​ໃນ​ການ​ໂອນ​ເງິນ.
  • ທ່ານ​ສາມາດ​ໂອນ​​ເງິນສົດ ຫຼື​ ຫັກ​ຈາກ​ບັນຊີ​ເງິນຝາກຂອງ​ທ່ານ ຢູ່ ທສກ.
  • ທ່ານສາມາດເລືອກຮັບເງິນສົດ ຫຼື ໂອນເຂົ້າບັນຊີເງິນຝາກຂອງທ່ານຢູ່ ທສກ.
  • ສາມາດໂອນເງິນຜ່ານໜ່ວຍບໍລິການ ແລະ ສາຂາທີ່ຢູ່ໃກ້ທ່ານ.
  • ທ່ານສາມາດໂອນ ແລະ ຮັບເປັນສະກຸນເງິນກີບ, ໂດລາສະຫະລັດ, ບາດໄທ.
  • ຮັບເງິນໂອນໂດຍບໍ່ເສຍຄ່າບໍລິການໃດໆ.
ເງື່ອນໄຂການໃຊ້ບໍລິການ:
  • ການປະກອບແບບຟອມໂອນເງິນ:
  • ທ່ານຕ້ອງມີຂໍ້ມູນຂອງຜູ້ຮັບເງິນຄົບຖ້ວນ ແລະ ຊັດເຈນໃນແບບຟອມເງິນເງິນເຊັ່ນ: ຊື່ ແລະ ນາມສະກຸນ, ເລກບັດປະຈຳຕົວ (ຜູ້ຮັບເງິນບໍ່ມີບັນຊີ), ເລກບັນຊີເງິນຝາກ (ຜູ້ຮັບມີບັນຊີເງິນຝາກ) ສາຂາ-ໜ່ວຍບໍລິການ ທະນາຄານປາຍທາງ.
  • ກໍລະນີ​ໂອນ​ເງິນ​ຈາກ​ບັນຊີ​: ພຽງແຕ່ທ່ານນຳປື້ມເງິນຝາກ ຫຼື ແຊັກ ເຂົ້າມາເພື່ອປະກອບ ແບບຟອມໂອນເງິນ.
  • ກໍລະນີ​ໂອນ​ເງິນ​ສົດ: ທ່ານປະກອບແບບຟອມໂອນເງິນ ແລະ ​ມອບ​ເງິນສົດ​ໃຫ້​ກັບ​ພະນັກງານ​ທະນາຄານ​ທີ່​ຈະ​ໂອນ​ເງິນ​ໃຫ້​ທ່ານ.
  • ການປະກອບແບບຟອມຮັບເງິນ:
  • ກໍລະນີມີບັນຊີເງິນຝາກ: ພະນັກງານຈະໂອນເງິນເຂົ້າບັນຊີຂອງທ່ານທັນທີ່ ເມື່ອໄດ້ຮັບ ໃບໂອນເງິນ ພຽງແຕ່ທ່ານນຳປື້ມເງິນຝາກ ຫຼື ແຊັກ ມາຖອນເມື່ອທ່ານຕ້ອງການ.
ກໍລະນີບໍ່ມີບັນຊີເງິນຝາກ: ໃຫ້ທ່ານນຳບັດປະຈຳຕົວ ແລະ ບອກລາຍລະອຽດກ່ຽວກັບ ຈຳນວນເງິນ, ຜູ້ໂອນເງິນ ແລະ ທະນາຄານຕົ້ນທາງ ໃຫ້ພະນັກງານປະກອບແບບຟອມ ຖອນເງິນສົດ.
2. ການບໍລິການ: ໂອນເງິນລະຫ່ວາງປະເທດ
ຄຸນລັກສະນະ:
ເປັນ​ບໍລິການ​ໂອນ​ເງິນ​​​ຕ່າງປະ​ເທດ ລະຫວ່າງ​ບຸກຄົນ ​ກັບ​ບຸກຄົນ ທ່ານ​ສາມາດ​ຮັບ​ເງິນ ​ແລະ​​​​ຝາກ ​ເງິນ​ລະຫວ່າງ​ປະ​ເທດ ​ໄດ້​ຢ່າງ​ສະດວກ, ວອ່ງ​ໄວ ​ແລະ ປອດ​ໄພ. ​ພຽງ​ແຕ່ 15 ນາທີ​ທ່ານ​ສາມາດຮັບ​ເງິນ​ໄດ້​ທົ່ວ​​ໂລກ, ຮັບ​ເປັນ​ເງິນສົດ​ສະດວ​ກ​ໂດຍ​ບໍ່​ຈຳ​ເປັນ​ຕ້ອງ​ມີ​ບັນຊີ ​ກັບທະນາຄານ​ກໍ່​ໄດ້.
ຜົນປະໂຫຍດທີ່ໄດ້ຮັບ:
  • ​ຮັບ-​ໂອນ​ເງິນ​ທົ່ວ​ໂລກ​ພຽງ​ແຕ່ 15 ນາທີ.
  •  ທ່ານ​ສາມາດ​ຮັບ​ເປັນ​ເງິນສົດ​ໄດ້​ຢ່າງ​ສະດວກ.
  •  ​ທ່ານ​ສາມາດ​ເລືອກ​​ໃຊ້​ບໍລິການ​ຂອງ ທສກ ທີ່ຢູ່​ໃກ້​ທ່ານ​ໄດ້​ທຸກ​ສາຂາ ​ແລະ​ ໜ່ວຍ​ບໍລິການ.
  •  ທສກ ຍິນ​ດີ​ຊ່ວຍທ່ານ​ໃນ​ການ​ແລກປ່ຽນ​ເງິນ​ຕາ​ຕ່າງປະ​ເທດ​​ ໃນ​ການ​ຮັບ-​ໂອນ ​ໄດ້ຢ່າງ​ສະດວກ.
  • ​ເປັນ​ບໍລິການ​ທີ່​ມີເຄື່ອຄ່າຍຫຼາຍກວ່າ 200 ປະເທດທົ່ວ​ໂລກ, ດັ່ງນັ້ນ ທ່ານ​ສາມາດ​ຮັບ-​ໂອນ​ໄດ້​ທົ່ວ​​ໂລກ ​ແລະຮັບ ປະກັນ​ຄວາມ​ປອດ​ໄພສູງ.
  •  ​ຮັບ​ເງິນ​ໂອນ​ໂດຍ​ບໍ່​ໄດ້​ເສຍຄ່າ​ທໍານຽມ​ໃດໆ.
ປະເພດສະກຸນເງິນ: 
ທ່ານສາມາດ​ໂອນ​ເປັນສະກຸ​ນ​ເງິນ​​ໂດ​ລາສະຫະລັດ, ຫາກທ່ານມີເງິນກີບ ຫຼື ບາດໄທ ທ່ານສາມາດແລກປ່ຽນໄດ້ທີ່ຈຸດບໍລິການຂອງ ທສກ.

ເງື່ອນໄຂການໃຊ້ບໍລິການ:
  • ປະກອບ​ແບບ​ຟອມຮັບ​ເງິນ: ຊື່​ຜູ້​ຮັບ, ຊື່​ຜູ້​ສົ່ງ, ທີ່ຢູ່​, ຈໍານວນ​ເງິນ​ຮັບ ​ແລະ ​​ເລກ ລະຫັດ 10 ຕົວ​ເລກ​ທີ່​ຜູ້​ຝາກ​ແຈ້ງ​ໃຫ້.
  • ສໍາລັບ​ບຸກຄົນ​ທີ່​ເປັນ​ຄົນຕ່າງປະ​ເທດ: ຕ້ອງ​ມີ​ໜັງສື​ເດີນທາງ ພອ້ມກັບ​ວີ​ຊາ​ເຂົ້າ ປະ​ເທດ​ລາວ​ທີ່​ຍັງ​ບໍ່​ໝົດ​ກຳໜົດ.
  • ສໍາລັບ​ບຸກຄົນ​ທີ່​ເປັນ​ຄົນລາວ: ຕ້ອງ​ມີບັດປະ​ຈຳ​ຕົວ ຫຼື​ປຶ້ມ​ສຳມະ​ໂນ​ຄົວ ​ທີ່​ຍັງ​ບໍ່​ໝົດ​ກໍາໜົດ.
  • ປະກອບແບບ​ຟອມຝາກ​ເງິນ: ຊື່ ​ແລະ​ນາມສະກຸນ​ຂອງ​ຜູ້​ຮັບ, ທີ່ຢູ່​, ຈໍານວນ​ເງິນ​ຝາກ. ຈາກ​ນັ້ນ, ພະນັກງານ​ທະນາຄານ​ຈະ​ມອບ​ເລກ ລະຫັດ 10 ຕົວ​ເລກ​​ໃຫ້​ກັບ​ຜູ້​ຝາກ​ເງິນ, ​ແລະຜູ້​ຝາກ​ເງິນ​ແຈ້ງ​ໃຫ້ຜູ້​ຮັບ​ເງິນ​ຊາບ​ຈໍານວນ​ເງິນ ​ແລະ​ເລກ​ລະ ຫັດ 10 ຕົວ​ເລກ.
ເປີດໃຊ້ບໍລິການແລ້ວໂອນເງິນລະຫວ່າງປະເທດ ຜ່ານລະບົບ SWIFT ເຊິ່ງເປັນລະບົບມາດຕະຖານສາ ກົນເປັນທີ່ຍອມຮັບໃນທົ່ວໂລກ
3. ການບໍລິການ: ບໍລິການແລກປ່ຽນເງິນຕາ
ລັກສະນະບໍລິການ:
ເປັນ​ບໍລິການ​ທີ່​ໃຫ້​​ທ່ານສາມາດ​ເລືອກ​ຊື້ ຫຼື​ ຂາຍ​ເງິນຕາ​ຕ່າງປະ​ເທດ​ ໃນ​ສະກຸນ​ເງິນ​ໂດລາສະຫະລັດ ແລະ ເງິນບາດໄທ ດ້ວຍ​ອັດຕາ​ແລກປ່ຽນທີ່​ດີ​ທີ່​ສຸດ. ນອກ​ນັ້ນ, ທະນາຄານ​ຍັງ​ຮັບ​ຊື້​ ແຊັກ​ເດີນທາງ ຂອງ​ສະກຸນ​ເງິນ​ ໂດລາສະຫະລັດ ຜ່ານ​ໜ່ວຍ​ແລກປ່ຽນ, ສາ​ຂາ​ຂອງ ທສກ ທົ່ວ​ປະ​ເທດ.

ຜົນປະໂຫຍດຂອງບໍລິການ:
  • ​ດ້ວຍ​ເຄືອ​ຂ່າຍ​ຂອງ​ ທສກ ທົ່ວ​ປະ​ເທດ​ທ່ານ​ສາມາດ​ເລືອກ​ໃຊ້​ບໍລິການ​ແລກປ່ຽນເງິນ ຕາຕ່າງປະເທດ​ໄດ້​ຢ່າງ​ສະດວກສະບາຍ, ປະຢັດເວລາ ແລະ ຄ່າໃຊ້ຈ່າຍໃນ ການເດີນທາງ.
  • ທ່ານ​ຈະ​ໄດ້​ຮັບ​ອັດຕາ​ແລກປ່ຽນ​ທີ່​ດີ​ທີ່​ສຸດ.
  • ທ່ານ ສາມາດ​ຊື່ ຫຼື ຂາຍເງິນຕາຕ່າງປະເທດ​ໄດ້ຕາ​ມຄວາມ​ຕ້ອງການ ດ້ວຍ​ວົງ​ເງິນ​ແລກປ່ຽນ​ພາຍ​ໃນ​ວັນ​ສູງ​ສຸດ.
ອັດຕາ​ແລກປ່ຽນ:
​ທ່ານ ​ສາມາດ​ກວດ​ເບິ່ງ​ລາຍ​ລະອຽດ​ອັດຕາ​ແລກປ່ຽນ​​ປະຈໍາວັນ​ໄດ້​ທີ່​ກະດານ​ອັດຕາ​ແລກປ່ຽນ​ຂອງ​ໜ່ວຍ​ແລກປ່ຽນ, ສາ​ຂາ, ໜ່ວຍ​ບໍລິການ​ຕ່າງໆ ​ແລະ​ ເທິງ​ເວັບ​ໄຊ໌ຂອງ​ທະນາຄານ.

ເງື່ອນໄຂໃນການໃຊ້ບໍລິການ:
ພຽງແຕ່​ທ່ານ​ນໍາບັດປະຈໍາຕົວປະຊາຊົນ ຫຼືໜັງສືຜ່ານແດນ ພ້ອມດວ້ຍ ​ເງິນສົດ ຫຼື​ ປຶ້ມ​ບັນຊີ​ເງິນ​ຝາກ​ປະຢັດ, ຝາກປະຈຳວັນ ແລະ ຝາກກະ​ແສ​ລາຍ​ວັນ ​ກັບ ທສກ ​(​ໃນ​ກໍລະນີ​ແລກປ່ຽນ​ຜ່ານ​ບັນຊີ) ແລະ​ແຈ້ງ​ລາຍ​ລະອຽດ​ໃນ​ການ​ແລກປ່ຽນ​ໃນ​ແບບ​ຟອມທີ່​ທາງ​ທະນາຄານ​ກຳນົດ​ໃຫ້.
4. ການບໍລິການ: ATM

ຄວາມ​ສະດວກ​ສະບາຍ​ທາງ​ດ້ານ​ການ​ເງິນ
ບັດ ATM ຂອງ ​ທະນາຄານ ສົ່ງ​ເສີມ​ກະສິກຳ​​ເປັນ​ອີກ​ທາງ​ເລືອກ​ໜຶ່ງ​ສຳລັບ​ທ່ານ​ທີ່​ບໍ່​ສະດວກ​ໃນ​ການ​ເຂົ້າ​ມາ​ຖອນ​ເງິນສົດ​ໃນທະນາຄານ ​
ແລະ ບໍ່​ຕ້ອງການ​ພົກ​ພາ​ເງິນສົດ​ຈຳນວນຫຼາຍ ​ເຊິ່ງທ່ານ​ສາມ​າດ​ເລືອກ​ໃຊ້​ບໍລິການ​ບັດ ATM ​ເພື່ອ​ຖອນ​ເງິນສົດ​ຈາກ​ຕູ້ ATM ​ໄດ້​ຕະຫຼອດ 24 ຊົ່ວ​ໂມງ,
ນອກຈາກ​ນີ້​ ທ່ານ ຍັງ​ສາມ​າດ​ໂອນ​ເງິນ, ກວດ​ຍອດ​ເງິນ​ໃນ​ບັນຊີ, ກວດ​ເບິ່ງ​ການ​ເຄື່ອນ​ໄຫວ 5 ຄັ້ງ​ຫຼ້າສຸດ​ຂອງ​ບັນຊີ ​ແລະ ອື່ນໆ ​ແລະ ​ໃນ​ໄວໆ​ນີ້​ແມ່ນ​ຈະ​ສາມ​າດ​ໃຊ້​ບັດ
ATM ຂອງ ທສກ ຈ່າຍ​ຄ່າ​ສາທາລະ​ນຸປະ​ໂພ​ກ​ໄດ້​ເຊັ່ນ: ຄ່າ​ນ້ຳປະປາ, ​ໄຟຟ້າ, ​ໂທລະສັບ.....
ສິດທິປະໂຫຍດທີ່ລູກຄ້າຈະໄດ້ຮັບ
  • ປະ​ຫຍັດ​ເວລາ ​ແລະ ຄ່າ​ໃຊ້​ຈ່າຍ.
  • ຂັ້ນ​ຕອນ​ການ​ຖອນ​ເງິນ​ສົດ​ສະດວກ ວ່ອງ​ໄວ ຈາກ​ຕູ້ ATM ທສກ ທົ່ວ​ລະບົບ​​ໃກ້​ທ່ານ.
  • ສາມາດ​ໂອນ​ເງິນ​ໄດ້ ສະດວກ ວ່ອງ​ໄວ ຜູ້​ຮັບ​​ເງິນ​ປາຍທາງ​ໄດ້ຮັບ​ທັນທີໂດຍ​ບໍ່​ເສຍ​ຄ່າ​ບໍລິການ​ໃດໆ.
  • ທ່ານສາມາດ​ຊຳລະ​ຄ່າ​ສິນຄ້າ ​ແລະ ບໍລິການຕາມ​ຮ້ານ​ຄ້າ​ທີ່​ເປັນ​ສະມາຊິກ ທະນາຄານສົ່ງເສີມກະສິກຳ
  • ສາມາດ​ໃຊ້​ບໍລິການ​ຕູ້ ATM ທສກ ​ໄດ້​ທຸກ​ຈຸດ​ທົ່ວ​ປະ​ເທດ ຕະຫຼອດ 24 ຊົ່ວ​ໂມງ.
  • ຂັ້ນ​ຕອນ​ກາ​ນຊຳລະ​ງ່າຍ ​ແລະ ສະດວກ ພຽງ​ແຕ່​ທ່ານ​ນຳ​ໃຊ້​ບັດ ATM ຂອງ ທສກ.
  • ບັດ ATM ໜຶ່ງບັດສາມາດມີບັນຊີນຳໃຊ້ໄດ້ 3 ສະກຸນເງິນ
  • ທ່ານສາມາດສະເໜີຂໍອອກບັດ ATM ໄດ້ທັນທີໂດຍບໍ່ຈຳເປັນຕ້ອງມີບັນຊີເງິນຝາກນຳທະນາຄານກ່ອນ ຫຼື ທ່ານສາມາດເປີດບັນຊີເງິນຝາກພ້ອມດຽວກັນກັບເວລາທີ່ ທ່ານສະເໜີຂໍອອກບັດໃໝ່ໄດ້.ການຖອນເງິນຜ່ານຕູ້ ATM
    ທ່າ​ນສາມາດ​ຖອນ​ເງິນ​ຜ່ານ​ຕູ້ ATM ທສກ ມື້ໜຶ່ງ​ສູງ​ສຸດ:
  • ສະກຸນ​ເງິນ​ກີບ 10​,000,000 ກີບ/ມື້,ຖອນ​ໄດ້​ສູງ​ສຸດ 2,000,000/ຄັ້ງ
  • ບັນຊີທີ່ເປັນສະກຸນເງິນຕາຕ່າງປະເທດເວລາຖອນເງິນສົດຈະໄດ້ຮັບເປັນເງິນກີບໂດຍຜ່ານອັດຕາແລກປ່ຽນປະຈຳວັນ.ການໂອນເງິນຜ່ານຕູ້ ATM ທສກ
    ທ່າ​ນສາມາດ​​ໂອນ​​ເງິນ​ຜ່ານ​ຕູ້ ATM ທສກ ມື້ໜຶ່ງ​ສູງ​ສຸດ:
  • ເງິນ​ກີບ​ສາມາດ​ໂອນ​ໄດ້ 150,000,000 ກີບ/ບັນຊີ/ມື້.
  • ເງິນ​ໂດ​ລາ​ສາມາດ​ໂອນ​ໄດ້ 10,000 ​ໂດ​ລາ/ບັນຊີ/ມື້.
  • ເງິນ​ບາດ​ສາມາດ​ໂອນ​ໄດ້ 300,000 ບາດ/ບັນຊີ/ມື້.
    ປະເພດບັນຊີທີ່ສາມາດອອກບັດ ATM
  • ປະ​​ເພດ​ບັນຊີ​ທີ່​ສາມ​າດ​ໃຊ້​ບໍ​ລິ​ການ​ ATM ​ໄດ້​ມີ: ບັນຊີ​ເງິນ​ຝາກ​ປະ​ຢັດ ແລະ ບັນຊີ​ເງິນ​ຝາກ​ກະ​ແສ​ລາຍ​ວັນ.
  • ຕູ້ ATM ທສກ ສາມາດໃຫ້ບໍລິການຜ່ານສະກຸນເງິນກີບເທົ່ານັ້ນ, ເຊິ່ງສະກຸນເງິນບາດ ແລະ ໂດລາ ແມ່ນຕ້ອງໄດ້ຜ່ານການແລກປ່ຽນມາເປັນສະກຸນເງິນກີບ.
  • ວົງ​ເງິນ​ຝາກ​ເລີ່​ມຕົ້ນ​ສຳລັບ​ບັນຊີ​ເງິນ​ຝາກ​ປະ​ຢັດ ບັນຊີ​ເງິນກີບ: 20,000 ກີບ,ບັນຊີ​ເງິນ​ໂດ​ລາ​ສະຫະລັດ: 10 ​ໂດ​ລາ, ບັນຊີ​ເງິນ​ບາດ​ໄທ: 200 ບາດ.ເງື່ອນໄຂການນໍາໃຊ້ບັດ ATM
    1. ເຈົ້າຂອງບັນຊີທີ່ຕ້ອງການນຳໃຊ້ບັດ ATM ຂອງ ທສກ ຕ້ອງລົງລາຍເຊັນໃນໃບສະໝັກເປັນສະມາຊິກບັດ ATM.
    2. ບັດເປັນກຳມະສິດຂອງ ທສກ ແລະ ທສກ ມີສິດຍົກເລີກ ຫຼື ປະຕິເສດການນຳໃຊ້ບັດ ຫຼື ຮຽກເກັບບັດຄືນເມື່ອໃດກໍ່ໄດ້ ແລະ ບໍ່ວ່າດ້ວຍເຫດຜົນໃດກໍ່ຕາມຜູ້ຖືບັດຈະຕ້ອງສົ່ງບັດຄືນໃຫ້ ທສກ.
    3. ຜູ້ຖືບັດຄວນປ່ຽນລະຫັດບັດ (PIN) ຂອງຕົນທັນທີເມື່ອມີການນຳໃຊ້ບັດ ແລະ ຄວນສະຫງວນລະຫັດລັບໄວ້, ຖ້າຫາກມີບຸກຄົນອື່ນຮູ້ ແລະ ສາມາດນໍາໃຊ້ບັດຂອງຜູ້ຖືບັດໄດ້ທາງ ທສກ ຈະບໍ່ຮັບຜິດຊອບຕໍ່ການກະທຳນັ້ນແຕ່ຢ່າງໃດ.
    4. ຜູ້ຖືບັດສາມາດນຳໃຊ້ບັດໃນການຖອນເງິນ, ໂອນເງິນຈາກຕູ້ ATM ຂອງ ທສກ, ການຖອນເງິນ ຫຼື ໂອນເງິນແຕ່ລະຄັ້ງເມື່ອລວມພາລະໜີ້ສິນທີ່ຂື້ນຈາກການໃຊ້ບັດທີ່ກ່າວມາຂ້າງເທິງນັ້ນຈະຕ້ອງບໍ່ເກີນວົງເງິນທີ່ມີໃນບັນຊີຂອງຜູ້ຖືບັດ. ໃນກໍລະນີທີ່ຜູ້ຖືບັດໃຊ້ເງິນເກີນກວ່າເງິນທີ່ມີໃນບັນຊີ (ວົງເງິນຂັ້ນຕ່ຳ) ແມ່ນຈະຖືກທະນາຄານປະຕິເສດທັນທີ.
    5. ທສກ ສາມາດປ່ຽນແປງບັນດາສິດ ຫຼື ຜົນປະໂຫຍດຕ່າງໆຂອງຜູ້ຖືບັດທີ່ທາງ ທສກ ໄດ້ຈັດຫາໃຫ້ຕາມຄວາມເໝາະສົມ. ເມື່ອມີການປ່ຽນແປງໃດໆ ແມ່ນຈະມີຜົນບັງຄັບໃຊ້ທັນທີໂດຍບໍ່ຕ້ອງແຈ້ງໃຫ້ຜູ້ຖືບັດຮູ້ລ່ວງໜ້າ.
    6. ການນຳໃຊ້ບັດເບີກຖອນເງິນສົດ ຫຼື ຮັບບໍລິການຈາກເຄື່ອງຝາກເງິນ-ຖອນ​ເງິນ ອັດຕະໂນມັດ ຈາກຮ້ານຄ້າ ຫຼື ສະຖາບັນການເງິນທີ່ມີຂໍ້ຕົກລົງກັບ ທສກ ຖືວ່າເປັນການກະທຳທີ່ຖືກຕ້ອງໂດຍບໍ່ຕ້ອງມີການລົງນາມໃນເອກະສານໃດໆ. ຜູ້ຖືບັດຍິນຍອມຮັບຜີດຊອບທຸກລາຍການທີ່ເກີດຂື້ນຈາກການນຳໃຊ້ ບັດຂອງຕົນ.
    7. ກໍລະນີທີ່ມີບຸກຄົນອື່ນນຳໃຊ້ບັດຂອງຜູ້ຖືບັດບໍ່ວ່າຈະດ້ວຍຄວາມຍິນຍອມ ຫຼື ຈະດ້ວຍເຫດຜົນໃດກໍ່ຕາມທີ່ເປັນເຫດໃຫ້ ທສກ ໄດ້ຈ່າຍເງິນອອກໄປຜູ້ຖືບັດຕ້ອງຍິນຍອມ ແລະ ໃຫ້ຖືວ່າເປັນການນຳໃຊ້ບັດໂດຍຜູ້ຖືບັດ.
    8. ໃນກໍລະນີທີ່ບັດຕົກເຮ່ຍເສຍຫາຍໄປຢູ່ໃນມືຂອງບຸກຄົນອື່ນຜູ້ຖືບັດຕ້ອງແຈ້ງໃຫ້ທະນາຄານຊາບທັນທີເພື່ອທະນາຄານຈະໄດ້ແຈ້ງຍົກເລີກການນຳໃຊ້ບັດ ນັ້ນຫາກມີບຸກຄົນອື່ນນຳໃຊ້ ບັດກ່ອນການແຈ້ງຍົກເລີກ ບັດນັ້ນຜູ້ຖືບັດຕ້ອງຍິນຍອມຮັບການນຳໃຊ້ບັດດັ່ງກ່າວ ແລະ ຮັບຜິດຊອບພາລະໜີ້ສິນທີ່ເກີດ ຈາກການໃຊ້ບັດນັ້ນທັງໝົດ.
    9. ບັດມີອາຍຸການນຳໃຊ້ 5 ປີ, ພາຍຫຼັງບັດໝົດອາຍຸຜູ້ຖືບັດສາມາດສະເໜີຂໍອອກບັດໃໝ່ເພື່ອປ່ຽນແທນບັດເກົ່າໂດຍອີງໃສ່ການສະເໜີຂອງຜູ້ຖືບັດ ແລະ ເງື່ອນໄຂຂອງ ທສກ
    10. ຫາກມີການຍົກເລີກການນຳໃຊ້ບັດຜູ້ຖືບັດຈະຕ້ອງໄດ້ສົ່ງບັດຄືນໃຫ້ແກ່ ທສກ ທັນທີ. ຖ້າຫາກວ່າບັດທີ່ຖືກຍົກເລີກຫາກມີການນຳໃຊ້ໃນກໍລະນີໃດ ກໍ່ຕາມຜູ້ຖືບັດຍິນຍອມໃຫ້ພາກສ່ວນທີ່ກ່ຽວຂ້ອງຢຶດບັດນັ້ນທັນທີ.
    11. ຜູ້ຖືບັດຕົກລົງຍິນຍອມຈ່າຍຄ່າລົງທະບຽນ ແລະ ຄ່າບໍລິການອື່ນໆ ໃຫ້ແກ່ ທສກ ຕາມອັດຕາທີ່ ທສກ ໄດ້ແຈ້ງອອກເປັນແຕ່ລະໄລຍະ. ການເກັບຄ່າບຳລຸງຮັກສາບັດແມ່ນທາງ ທສກ ຈະເກັບ ເປັນແຕ່ລະເດືອນໂດຍຫັກຈາກບັນຊີຂອງຜູ້ຖືບັດ.
    12. ບັນດາເອກະສານ ຫຼື ຫຼັກຖານໃດໆທີ່ ທສກ ເຮັດຂື້ນເພື່ອຫັກ-ໂອນເງິນ ຈາກບັນຊີເງິນຝາກທຸກບັນຊີຂອງຜູ້ຖືບັດທີ່ມີຢູ່ກັບ ທສກ ລວມທັງຢູ່ກັບທະນາຄານທີ່ເປັນຄູ່ສັນຍາ, ຜູ້ຖືບັດຕ້ອງຍອມຮັບຄຳສັ່ງໃຫ້ຫັກ ຫຼື ຈ່າຍເງິນຈາກບັນຊີເງິນຝາກຂອງຜູ້ຖືບັດບໍ່ຕ້ອງລົງນາມໃນເອກະສານ ຫຼືຫຼັກຖານ ໃດໆໃຫ້ແກ່ ທະນາຄານຕື່ມອີກ.
    13. ຜູ້ຖືບັດຈະຕ້ອງກວດຄວາມຖືກຕ້ອງທຸກຄັ້ງເມື່ອໄດ້ຮັບໃບແຈ້ງຍອດເງິນພາຍຫຼັງນຳໃຊ້ຕູ້ ATM ຖ້າຫາກມີຂໍ້ມູນຜິດພາດໃຫ້ຜູ້ຖືບັດ ແຈ້ງຕໍ່ໜ່ວຍງານກ່ຽວ ຂ້ອງຂອງ ທສກ ຮັບຮູ້ທັນທີ. ຖ້າຫາກຜູ້ຖືບັດບໍ່ທັກທ້ວງພາຍໃນ 5 ວັນໃນໂມງລັດຖະການແມ່ນຖືວ່າຂໍ້ມູນທີ່ລະບຸໃນໃບແຈ້ງຍອດເງິນນັ້ນຖືກຕ້ອງ ແລະ ຜູ້ຖືບັດບໍ່ມີສິດໃນການທັກທ້ວງ ຫຼື ກ່າວອ້າງຕໍ່ ທສກແຕ່ຢ່າງໃດ.
    14. ຖ້າຫາກຜູ້ຖືບັດມີບັນຫາກ່ຽວກັບການນຳໃຊ້ບັດ ຫຼື ຕູ້ ATM ຂໍໃຫ້ຜູ້ຖືບັດເຂົ້າມາພົວພັນໜ່ວຍງານ ATM ຂອງ ທສກ ໂດຍກົງເພື່ອແກ້ໄຂບັນຫາໃຫ້ ທ່ວງທັນ.
    15. ທສກ ສະຫງວນສິດໃນການປັບປຸງປ່ຽນແປງ ຫຼື ດັດແກ້ເງື່ອນໄຂຕ່າງໆໂດຍ ທສກ ບໍ່ຈຳເປັນແຈ້ງໃຫ້ຜູ້ຖືບັດຮູ້ລ່ວງໜ້າ
    16. ເງື່ອນໄຂທັງໝົດທີ່ກຳນົດໄວ້ຂ້າງເທິງນັ້ນແມ່ນຢູ່ພາຍໃຕ້ຂໍ້ບັງຄັບກົດໝາຍ ຂອງ ສປປ ລາວ.

ไม่มีความคิดเห็น:

แสดงความคิดเห็น