ສິນເຊື່ອ

1. ສິນເຊື່ອ: ເງິນກູ້ສ່ວນບຸກຄົນ
ເປົ້າໝາຍສິນເຊື່ອ :
  • ຂະ​ແໜງ​ການ ກະສິກໍາ-ປ່າ​ໄມ້.
  • ຂະ​ແໜງ​ການ ອຸດ​ສະຫະ​ກຳ-ຫັດ​ທະ​ກຳ.
  • ຂະແໜງ ການ​ຄ້າ, ບໍລິການ ​ແລະ ທ່ອງທ່ຽວ.
    ຜະລິດ​ຕະພັນ​ສິນ​ເຊື່ອ :
    ສິນ​ເຊື່ອ​ຂະໜາດ​ນ້ອຍ: ​ໃຫ້​ກູ້​ຢືມ​ເປັນ​ສະກຸນ​ເງິນ​ກີບ ​ໃນ​​ວົງ​​ເງິນຕ່ຳ​ກ່ວາ 50.000.000 ກີບ ລົງ​ມາ.
    ເງື່ອນ​ໄຂຂອງ​ຜູ້​ຂໍ​ສິນ​ເຊື່ອ :
    1.   ເປັນຄົນລາວ, ອາຍຸລະຫວ່າງ 18-60 ປີ, ສຸຂະພາບແຂງແຮງດີ ແລະ ມີແຫຼ່ງລາຍຮັບທີ່ໝັ້ນຄົງໃນ ປະຈຸບັນ.
    2.   ບຸກຄົນຜູ້ທີ່ມີທຸລະກິດ ​ແລະ ມີ​ໃບ​ອະນຸຍາດ​ໃນ​ການ​ດຳ​ເນີນ​ທຸລະ​ກິດ ທີ່​ມີ​ອາຍຸ​ນຳ​ໃຊ້​ໃນ​ປັດຈຸບັນ ຫຼື ທຸລະ​ກິດ​ອື່ນໆທີ່ບໍ່​ມີ​ໃບ​ອະ​ນຸຍາດ, ​ແຕ່​ດຳ​ເນີນ​ທຸລະ​ກິດຖືກຕ້ອງ​ຕາມ​ກົດໝາຍ.
    3.   ຕ້ອງບໍ່ມີປະຫວັດ​ເປັນ​ໜີ້​ທວງ​ຍາກ (ໜີ້​ເສຍ) ກັບທະນາຄານ ຫຼື ສະຖາບັນການເງິນອື່ນໆມາກ່ອນ ​ແລະ ບໍ່​ເຄີ​ຍມີປະຫວັດການກໍ່ຄະດີໃດໆມາ​ກ່ອນ.
    4.   ຕ້ອງ​ມີ​ຫຼັກ​ຊັບ​ທີ່​ເປັນ​ກຳມະສິດ​ຂອງ​ຕົນ​ເອງ, ​ເປັນ​ສິນ​ສົມ​ສ້າງຂອງຄູ່​ຜົວເມຍ ຫຼື ຊັບ​​ເດີມ​ຂອງ​ຜົວ ຫຼື ​ເມຍ ຜູ້​ທີ່​ສະ​ເໜີ​ກູ້​ຢືມ​ເງິນ.
    5.   ຜູ້​ຂໍສິນເຊື່ອ​ຕ້ອງ​ມີ​ທຶນ​ປະກອບ​ຢ່າງ​ນ້ອຍ 30% ຂື້ນ​ໄປ.
    ຫຼັກຊັບ​ຄ້ຳປະກັນ :
    1.   ບັນຊີ​ເງິນ​ຝາກ​ທະນາຄານ, ວັດ​ຖຸມີຄ່າ​ເຊັ່ນ: ຄຳ, ​ເພັດ, ​ແລະ​ ອື່ນໆ​ທີ່​ໄດ້​ຮັບຮອງ​ຢັ້ງຢືນທາງ​ດ້ານນ້ຳໜັກ, ຄຸນ​ນະພາ​ບ, ຮູບປະພັນ ຈາກ​ຜູ້​ຊ່ຽວຊານ​ທີ່ກ່ຽວ​ພັນ​ກັບ​ວັດຖຸ​ມີຄ່າດັ່ງກ່າວ​ຢ່າງ​ເປັນ​ລາຍ​ລັກ​ອັກ ສ​ອນ.
    2.   ອະສັງຫາລິມະ​ຊັບ (ຊັບ​ສິນຄົງ​ທີ່​ເຄື່ອນ​ຍ້າຍ​ບໍ່​ໄດ້), ປະກອບ​ດ້ວຍ :
    -    ທີ່​ດິນ​ ​ແລະ ສິ່ງປຸກ​ສ້າງ ທີ່​​ໃຊ້​ໄດ້​ທາງ​ດ້ານ​ກົດໝາຍ.
    -    ອາຄານ​ໂຮງງານ ​ແລະ ອຸປະກອນ​ທີ່​ຕິດ​ພັນ​ກັບ​ໂຮງງານ.
    3.   ຫຼັກ​ຊັບ​ທັງ​ໝົດ​ທີ່​ນຳ​ມາ​ຄ້ຳປະກັນ​ເງິນ​ກູ້ ຕ້ອງ​ມີ​ມູນ​ຄ່າ​ສູງ​ກ່ວາກັບ​ວົງ​ເງິນ​ກູ້​ ​ແລະ ດອກ​ເບ້ຍ​ທີ່​ຈະ​ເກີດ​ຂື້ນ​ໃນ​ຕໍ່ໜ້າ.
    4.   ຜົວ ​ແລະ ເມຍ ຕ້ອງ​ເຫັນ​ດີຕົກລົງ​ເປັນ​ເອກະ​ພາບ​ກັນ​ເຊັນຊື່ ​ແລະ ​ແປະ​ໂປ້​ມື ​ຊ້ອງ​ໜ້າ​ນາຍບ້ານ ​ເພື່ອ​ມອບ​ຫຼັກ​ຊັບ​ຄ້ຳປະກັນ​ເງິນ​ກູ້ຢ່າງ​ຖືກຕ້ອງ​ຕາມ​ກົດໝາຍ.
    ອັດຕາດອກເບ້ຍ ແລະ ຄ່າບໍລິການອຶ່ນໆ:
    ອັດຕາດອກ​ເບ້ຍ : ​ແມ່ນ​ຄິດ​ໄລ່​ໄປ​ຕາມ​​ເປົ້າ​ໝາຍ​ການ​ນຳ​ໃຊ້​ເງິນ​ກູ້ ​ແລະ​ຍອດ​ເຫຼືອ​ໜີ້.
    1.   ຂະ​ແໜງ​ການກະສິກຳ - ປ່າ​ໄມ້: ອັດຕາ​ດອກ​ເບ້ຍ​​ເງິນກີບ  10–12% ຕໍ່​ປີ​.
    2.   ຂະ​ແໜງ​ອຸດ​ສະຫະ​ກຳ​-ຫັດຖະ​ກໍາ, ການ​ຄ້າ-ບໍລິການ ແລະ ຂະ​ແໜງການ​ອື່ນໆ: ອັດຕາ​ດອກເບ້ຍ​​ເງິນກີບ 13–14 % ຕໍ່​ປີ​.
    ການ​ຄິ​ດໄລ່ດອກ​ເບ້ຍ ​ແມ່ນ​ຄິດ​ໄລ່ຕາມ​ຍອດ​​ເຫຼື​ອໜີ້​ ​ແລະ ໃຫ້ເລີ່ມເກັບດອກ​ເບ້ຍໃນເດືອນຖັດໄປ ຈາກເດືອນທີ່ສິນເຊື່ອຖືກອະນຸມັດ.
    + ຄ່າ​ບໍລິການ :
    - ຄ່າ​ບໍລິການແບບ​ຟອມສະ​ເໜີ​ຂໍ​ກູ້​ຢືມ​ເງິນ  ​: 70.000 ກີບ/ຊຸດ.
    -ຄ່າ​ບໍ​ລິ​ການ​ປະ​ເມີນ​ມູນ​ຄ່າ​ຫຼັກ​ຊັບ​ຄ້ຳປະກັນ  : 200.000 ກີບ.
    -  ຄ່າ​ບໍລິການ​ອະນຸມັດ​ສິນ​ເຊື່ອ : 0.5% ຂອງວົງ​ເງິນກູ້. ​
       (ຄ່າ​ບໍລິການຕ້ອງຊຳລະກ່ອນການ​ຖອນ​ເງິນ​ກູ້).
    ອັດຕາ​ດອກ​ເບ້ຍ ​ແລະ ຄ່າ​ບໍລິການ ຈະ​ມີ​ການ​ປ່ຽນ​ແປງ​ເປັນ​ແຕ່​ລະ​ໄລຍະ ເພື່ອ​ໃຫ້​ສອດ​ຄ່ອງ​ກັບສະພາບ​ຕົວ​ຈິງ​ຂອງ​ຕະຫຼາດ, ກອ່ນຈະ​ມີ​ການ​ປ່ຽນ​ແປງ​ຕອ້ງເຫັນດີ​ຈາກ​ສະພາ​ບໍລິ​ຫານ ຫຼື ການ​ຕົກລົງ​ຂອງ​ຄະນະ​ກຳມະການ​ພິຈາລະນາ​ເງິນ​ກູ້ ສຳນັກ​ງານ​ໃຫຍ່.
    ​ໄລຍະ​ເວລາ​​ການ​ກູ້​ຢືມ ແລະ ການຊຳລະ​ເງິນຄືນ  :
    1.  ໄລຍະ​ເວລາ​ຂອງ​ການ​ກູ້​ຢືມ :
    -  ເງິນກູ້ຂະໜາດນ້ອຍ ເປັນເງິນກູ້ໄລຍະສັ້ນ ທີ່ທະນາຄານສົ່ງເສີມກະສິກຳ ປ່ອຍກູ້ເປັນທຶນໜູນ ວຽນເພື່ອຮັບໃຊ້ໃນການດຳເນີນທຸລະກິດຂະໜາດນ້ອຍ, ຊື່ງມີໄລຍະເວລາການຊຳລະຄືນສູງສຸດ ບໍ່ເກີນ 12 ເດືອນ.
    2. ວິທີ​ຊຳລະ​ເງິນ​ຄືນ ​:
    -    ການຊຳລະ​ຕົ້ນທຶນ​​ແມ່ນ​ອີງ​ຕາມ​ການ​ຕົກລົງ​ຮ່ວມ​ກັນ​ລະ​ຫ່ວາງ​ ທສກ ​ແລະ ລູກ​ຄ້າ ອາດຈະ​ແບ່ງການ​ຊຳລະ ເປັນ​ອາທິດ, ​ເປັນ​ເດືອນ, ​ເປັນ​ງວດ 03 ເດືອນ, ​ເປັນ​ງວດ 06 ເດືອນ ໂດຍອີງຕາມແຫຼ່ງລາຍຮັບ ຈາກການດຳເນີນທຸລະກິດຕົວຈິງຂອງລູກຄ້າ.
    -  ການຊຳລະດອກ​ເບ້ຍ​ເງິນ​ກູ້​ແມ່ນ​ໃຫ້​ຊຳລະເປັນລາຍເດືອນ ຫຼື ອາດ​ຈະ​ແບ່ງ​ເປັນ​ງວດ​ຊຳລະກໍ່​ໄດ້, ​ໂດຍ​ອີງ​ຕາມ​ກະ​ແສ​ເງິນ​ສົດ​ຂອງ​ລູກ​ຄ້າ.
    ·  ຮູ​ບ​ແບບ​ການ​ຊຳລະ: ຊໍາລະ​ເປັນ​ເງິນສົດ ຫຼື ​ເປັນ​ເງິນ​​ໂອນ​ເຂົ້າ​ບັນຊີ​ເງິນ​ຝາກກະ​ແສ​ລາຍ​ວັນ​ຂອງ​ລູກ​ຄ້າ ຫຼື ຮູບ​ແບບ​ອື່ນໆ ທີ່​ໄດ້​ຕົກລົງ​ກັນ​ໃນ​ສັນຍາ​ກູ້​ຢືມ​ເງິນ.
    ຂອບ​ເຂດສິດອະນຸມັດ​ເງິນ​ກູ້​ຂະໜາດນ້ອຍ :
    1. ສິດ​ໃນ​ການພິຈາລະນາອະນຸມັດສິນເຊື່ອ ຢູ່ຂັ້ນສຳນັກງານໃຫຍ່ ຕ້ອງສະເໜີຄະນະ​ອຳນວຍ​ການ​ຜູ້​ຊີ​ນຳ​ວຽກ​ງານ​ສິນ​ເຊື່ອ ຫຼື ຄະນະ​​ພະ​ແນ​ກສິນເຊື່ອເປັນຜູ້ພິຈາລະນາອະນຸມັດ, ​ໂດຍຜ່ານການຄົ້ນຄວ້າ ຢັ້ງຢືນ​ຂອງ​ວິຊາ​ການ ​ແລະ ຂະ​ແໜງ​ສິນ​​ເຊື່ອຢູ່​ສຳນັກງານ​ໃຫຍ່.
    2. ສິດ​ໃນ​ການພິຈາລະນາອະນຸມັດສິນເຊື່ອ ຢູ່ຂັ້ນສາຂາ, ຕ້ອງສະ​ເໜີຜ່ານຫົວໜ້າສາຂາເປັນ​ຜູ້​ພິຈາລະ
    ນາ​ອະນຸມັດ, ໂດຍຜ່ານການຄົ້ນຄວ້າຢັ້ງຢືນ​ຂອງ​ວິຊາ​ການ ​ແລະ ຂອງຂະແໜງສິນເຊື່ອຢູ່​ສາຂາ.
    3. ສິດ​ໃນ​ການພິຈາລະນະອະນຸມັດສິນເຊື່ອ ຢູ່ຂັ້ນໜ່ວຍ​ບໍລິການ, ຕ້ອງສະ​ເໜີຜ່ານຫົວໜ້າໜ່ວຍ​ບໍລິການ ເປັນ​ຜູ້​ພິຈາລະນາ​ອະນຸມັດ, ໂດຍຜ່ານການຄົ້ນຄວ້າຢັ້ງຢືນ​ຂອງພະນັກງານ​ສິນ​ເຊື່ອ. 
     ການປະຕິບັດລະບຽບສິນເຊື່ອ : 
    ການປະຕິບັດ​ລະບຽບສິນເຊື່ອສະບັບນີ້​ແມ່ນນຳໃຊ້ເປັນນະໂຍບາຍ ແລະ ລະບຽບການຂອງສິນເຊື່ອ ​ເພື່ອ​ພ້ອມ​ກັນ​ຈັດ​ຕັ້ງ​ປະຕິ​ບັດ​ຢ່າງ​ເຂັ້ມ​ງວດ, ເພື່ອຮັບຮອງການດຳເນີນງານໃຫ້ມີປະສິດຕິພາບສູງສຸດ. 
    ການທົບທວນຫຼື ດັດແກ້ລະບຽບສິນເຊື່ອ :
    ທຸກການທົບທວນ ຫຼື ດັດແກ້ລະບຽບສິນ​ເຊື່ອຂະໜາດນ້ອຍ ຕ້ອງຜ່ານການອະນຸມັດ ຈາກກອງ​ປະ​ຊຸມຄະນະ​ກໍາມະການ​ບໍລິຫານ​ອາ​ວຸ​ໂສ​ໂດຍ​ການ​ນຳ​ສະ​ເໜີ​ຂອງ​ພະ​ແນ​ກສິນ​ເຊື່ອ.
    ເອກະສານ​ປະກອບ ສຳລັບ​ສິນ​ເຊື່ອ​ຂະໜາດ​ນ້ອຍ
    ​ເອກະສານ​ລູກ​ຄ້າ​ປະກອບ​ມາ
    ສຳ​ເນົາ​ເອກະສານ​ທີ່​ກ່ຽວ​ກັບ​ຫລັກ​ຊັບ​ຄໍ້າປະກັນ (​ໃບ​ຕາດິນ)
    ສຳ​ເນົາ​ໃບ​ອະນຸຍາດ​ດຳ​ເນີນ​ທຸລະ​ກິດຄົບ​ຊຸດ (ຖ້າ​ມີ).
    ສຳ​ເນົາ​ປື້​ມສຳມະ​ໂນ​ຄົວ. 
    ​ເອກະສານ ທສກ ປະກອບ​ໃຫ້​
    ໃບ​ສະ​ເຫ​ນີຂໍ​ກູ້​ຢືມ​ເງິນ​.
    ໃບ​ຊີວະ​ປະຫວັດ​ຫຍໍ້.
    ໃບສະຫລຸບ​ລາຍ​ຮັບ - ລາຍ​ຈ່າຍ ​ແລະ​ແຜນການ​ຕໍ່ຫນ້າ.
    ໃບ​ສະຫລຸບ​ຖານະ​ການ​ເງິນ
    2. ສິນເຊື່ອ: ສິນເຊື່ອລາຍກຸ່ມ

  1.  ເປົ້າໝາຍຂອງສິນເຊື່ອລາຍກຸ່ມ.
ສີນເຊື່ອລາຍກູ່ມແມ່ນສິນເຊື່ອເພື່ອ ຊາວໄຮ່ນາ, ຊາວກະສີກອນ ທີ່ເຮັດການຜະລິດທຸລະກິດຂະໜາດນ້ອຍພາຍໃນຄອບຄົວ,ໄດ້ແກ່ການຜະລິດ ເຂົ້ານາແຊງ, ນາປີ, ປູກພືດ, ລ້ຽງສັດແລະ ອື່ນໆ.
  1. ເງື່ອນໄຂຊາວກະສີກອນຈະເຂົ້າກຸ່ມກູ້ຢືມ: 
  • ຕ້ອງເປັນຄົນລາວ ມີອາຍຸແຕ່ 18 ຫາ 65 ປີ ແລະ ຕ້ອງສ້າງຄອບຄົວແລ້ວ.
  • ມີສໍາມະໂນຄົວຖືກຕ້ອງຂື້ນກັນບ້ານດຽວກັນ ໃຫ້ເຂົ້າກູ່ມດຽວກັນ.
  • ມີເນື້ອທີ່ການ​ຜິຼດ ແລະ ເຮັດການຜະລິດຕິດຕໍ່ກັນຢ່າງໜ້ອຍ 1ປີຂື້ນໄປ.
  • ເປັນຄົນຂາດເຂີນທຶນຮອນມີຄວາມດຸໝັ່ນຫ້າວຫັນບໍລິສຸດສັດຊື່ແລະເຮັດແທ້ທໍາຈິງ.
  • ບໍ່​ເປັນ​ຄົນໄບ້ບ້າເສຍຈິດ ບໍ່ຕິດການ​ພະນັນ​ແລະ​ບໍ່​ຕິດສິ່ງເສບຕິດ​ໃດໆ.
  • ເປັນຄົນປອດໃສ ບໍ່ມີຄະດີຕ້ອງໂທດ ຫຼື ຖືກສານພາກໂທດອື່ນໆ.
  • ຈະມີແບບຟອມສະໜັກເຂົ້າກຸ່ມແລະຈັດຕັ້ງກູ່ມການຜະລິດຂື້ນ,ຈຳນວນແຕ່ 5 ຫາ 10ຄົນ   ພາຍໃຕ້ການເຫັນດີຂອງອຳນາດການປົກຄອງບ້ານ ແລະ ສະມາຊິກພາຍໃນກຸ່ມ.
  1. ວົງເງິນກູ້, ກໍານົດເວລາ, ອັດຕາດອກເບ້ຍ ແລະ ຄ່າບໍລິການ.
  • ວົງເງິນກູ້ອະນຸມັດສູງສຸດ 10 ລ້ານກີບ ຕໍ່ສະມາຊິກນື່ງຄົນ.
  • ກໍານົດເວລາບໍ່ເກີນ 12 ເດືອນ ( ຂື້ນຕາມເປົ້າໝາຍການນຳໃຊ້ເງິນກູ້ ).
  • ອັດຕາດອກເບ້ຍ 8 ຫາ 13 % ຕໍ່ປີ.
  • ຄ່າບໍລິການການບໍລິການ 0,5 % ຂອງວົງເງິນກູ້ທີ່ຖືກອະນຸມັດ.
  • ອັດຕາ​ດອກ​ເບັ້ຍ, ຄ່າ​ບໍລິການຈະ​ມີ​ການ​ປ່ຽນ​ແປງ​ໃນ​ແຕ່ລະ​ໄລຍະ.
  1. ລູກຄ້າທີ່ຕ້ອງການກູ້ຢືມລາຍກູ່ມຕ້ອງປະກອບເອກະສານມາສະເໜີຂໍກູ້ດັ່ງນີ້:
  • ໃບສະເໜີຂອງທ່ານນາຍບ້ານປະສານພົວພັນມາຫາ ທສກ ສາຂາໄກ້ບ້ານທ່ານ.
  • ໃບສະເໜີຂໍກູ້ຢືມ ( ຂຽນດ້ວຍຕົນເອງ ),
  • ໃບຢັ້ງຢືນທີ່ຢູ່ ສໍາເນົາບັດປະຈໍາຕົວ ແລະ ສໍາເນົາປື້ມສໍາມະໂນຄົວ 
  • ຮູບ 3 x 4 ຈຳນວນ 2 ແຜ່ນ.
  • 3. ສິນເຊື່ອ: ເງິນກູ້ OD(ເງິນກູ້ເບີກເກີນບັນຊີ)
  1. ເປົ້າໝາຍ​ການ​ປ່ອຍ​ເງິນ​ກູ້
  • OD ຫຍໍ້ມາຈາກ Overdraft ​ເປົ້າ​ໝາຍ 
  • ​ເປັນ​ການ​ປ່ອຍ​ສິນ​ເຊື່ອຕອບ​ສະໝອງ​ທຶນໝູນວຽນ​ໃນ​​​ເປົ້າ​ໝາຍການ​ດໍາ​ເນີນ​ທຸລະກິດຂະໜາດກາງ​ ແລະ ​ຂະໜາດ​ໃຫ່ຍ ຈະເປັນການຂໍສິນເຊື່ອຈາກທະນາຄານດ້ວຍການອອກ​ເເຊັກ.
  • ທະນາຄານຈະເລີ່ມຄິດໄລ່ດອກເບ້ຍທັນທີເມື່ອນໍາເງິນມາສໍາລະຄືນຕາມຈໍານວນເງິນທີ່ສັ່ງຈ່າຍອອກໄປນັ້ນ, ທະນາຄານຈະຢຸດການຄິດໄລ່ດອກເບ້ຍ. ການເປີດບັນຊີປະເພດນີ້ເໝາະສໍາລັບ ການສໍາລະສະສາງທາງທຸລະກິດ, ທະນາຄານຈະຄິດໄລ່ດອກເບ້ຍຕໍ່ເມື່ອລູກຄ້ານຳເງິນອອກຈາກບັນຊີ.
  1. ເງື່ອນ​ໄຂ​ຂອງ​ລູກ​ຄ້າ​ເງິນ​ກູ້ OD
  • ຕ້ອງ​ແມ່ນບຸກຄົນ / ບໍລິສັດ / ວິສະຫະກິດ ທີ່​ເປັນ​ລູກ​ຄ້າ​ປະຈໍາ​ຂອງ​ ທສກ ມີບັນຊີ​ເງິນ​ຝາກ​ກະ​ແສ​ລາຍ​ວັນ ແລະ ໄດ້ເຄື່ອນ​ໄຫວບັນຊີຢ່າງເປັນປົກກະຕິໃນ​ກຳນົດເວລາຊ້າສຸດບໍ່ເກີນ 90 ວັນ
  • ມີການເຄື່ອນໄຫວບັນຊີເງິນຝາກເປັນປົກກະຕິກັບທະນາຄານເຊັ່ນ: ລູກຄ້າປ້ຳນ້ຳມັນເຊື້ອໄຟ, ສາຂາເບຍ, ນ້ຳຫວານ, ຢາສູບ ແລະ ອຶ່ນໆ
  • ມີ​ຖານະ​ການ​ເງິນ​ດີ ແລະ ມີ​ລາຍ​ຮັບ​ທີ່​ແນ່ນອນ.
  • ການເປີດບັນຊີ OD ຕ້ອງມີຫຼັກຊັບມາຄ້ໍາປະກັນໄວ້ກັບທະນາຄານ ຜູ້ເປີດບັນຊີ OD ຈະໄດ້ຮັບ​ເເຊັກເງິນສົດເມື່ອສັ່ງຈ່າຍເງິນອອກໄປແຕ່ລະຄັ້ງ.
  1. ວົງເງິນສິນເຊື່ອ OD,ໄລຍະເວລາ,ອັດຕາດອກເບ້ຍແລະຄ່າບໍ​ບິ​ການ
  • ເງິນກູ້ OD ຈະມີກໍານົດໃນການນໍາເງິນມາຊໍາລະຄືນໃຫ້ທະນາຄານໃນໄລຍະ 30 ວັນ ການກຳນົດວົງເງິນຂັ້ນຕ່ຳຂອງ OD ຈະຂື້ນກັບຄວາມສ່ຽງຂອງແຕ່ລະລາຍລູກຄ້າ ແລະ ຊະນິດຂອງທຸລະ  ກິດເຊິ່ງຈະມີ ການກຳນົດທີ່ແຕກຕ່າງກັນ
  •  ເງິນກູ້ODມີກຳນົດການກູ້ຢືມບໍ່​ເກີນ 12ເດືອນ,ອັດຕາດອກເບ້ຽແມ່ນຂື້ນກັບການກຳນົດອອກເປັນແຕ່ລະໄລຍະຂອງ ທສກ ແຕ່ອັດຕາດອກເບ້ຍຈະສູງກວ່າເງິນກູ້ປົກກະຕິ.
  • ​​​​​​ ເງິນກູ້ OD ຈະມີກໍານົດຄ່າບໍລິການແມ່ນຂື້ນກັບຄວາມສ່ຽງຂອງແຕ່ລະລາຍລູກຄ້າ ແລະ ຊະນິດຂອງທຸລະກິດເຊິ່ງຈະມີ ການກຳນົດທີ່ແຕກຕ່າງກັນ
  1.  ລູກຄ້າທີ່ຕ້ອງການກູ້ຢືມ OD ຕ້ອງປະກອບເອກະສາ​ນມາສະເໜີຂໍກູ້ດັ່ງນີ້:
  • ຕ້ອງມີການເປີດບັນຊີເງິນຝາກກະແສລາຍວັນທີ່ ທສກ ຜ່ານມາແລ້ວ
  •  ໃບສະເໜີຂໍກູ້ຢືມ ( ສະເໜີຂໍເປີດບັນຊີເງິນກູ້ OD )
  • ສໍາເນົາເອກະສານຫຼັກຊັບຄ້ໍາປະກັນ
  • ໃບຢັ້ງຢືນທີ່ຢູ່ ພ້ອມສໍາເນົາບັດປະຈໍາຕົວ ຫຼື ສໍາເນົາສໍາມະໂນຄົວ
  • ໃບຊີວະປະຫວັດ
  • ໃບສະຫຼຸບລາຍ-ຮັບລາຍຈ່າຍ
  • ໃບສະຫຼຸບຖານະການເງິນ
  • ໃບມອບສິດອະນຸຍາດສອບຖາມ CIB

ไม่มีความคิดเห็น:

แสดงความคิดเห็น